ຂໍ້ມູນເພື່ອເປັນຈຸດ ບໍລິການ umoney
ທ່ານຈະຕ້ອງມີທີ່ຕັ້ງທຸລະກິດທີ່ໝັ້ນຄົງ ຢູ່ແຄມທາງໃຫຍ່ ຫຼື ເຂດຊຸມຊົນ ເຊັ່ນ: ຕະຫຼາດ, ໂຮງງານ, ມະຫາວິທະຍາໄລ ແລະ ບ່ອນຄ້າຂາຍອື່ນໆ. ທ່ານບໍ່ຈຳເປັນຕ້ອງມີທຸລະກິດໃຫຍ່ ໂດຍສາມາດເປັນຮ້ານຄ້າ, ຮ້ານແລກປ່ຽນເງິນ ຫຼື ຮ້ານມືຖືໄດ້
ວິທີການເປັນຮ້ານຕົວແທນ umoney
ທ່ານສາມາດເປັນຮ້ານຕົວແທນ umoney ໄດ້ ດ້ວຍຂັ້ນຕອນງ່າຍດາຍ ໂດຍເຂົ້າໄປຫາໜ່ວຍບໍລິການຢູນີເທວ ຫຼື ຕິດຕໍ່ຫາຕົວແທນຂອງ ຢູມັນນີ ໃນເຂດໃກ້ບ້ານຂອງທ່ານ ພ້ອມກັບຈັດເຕັມເອກະສານດັ່ງນີ້:
– ທະບຽນທຸລະກິດ (ຍັງບໍ່ໝົດອາຍຸ)
– ລະຫັດໃບເສຍພັນທະອາກອນ
– ສຳເນົາບັດປະຈຳຕົວ
– ຕື່ມຂໍ້ມູນໃບຮັບສະໝັກ ຮ້ານຕົວແທນ
– ຕື່ມຂໍ້ມູນໃສ່ສັນຍາ ຮ້ານຕົວແທນ
ຜົນປະໂຫຍດຈາກການເປັນຈຸດ ບໍລິການ umoney
– ໄດ້ຮັບຄ່າຕອບແທນ ສຳລັບແຕ່ລະທຸລະກຳທີ່ດຳເນີນ
– ສາມາດສົ່ງເງິນໄດ້ທົ່ວປະເທດລາວ
– ຊ່ວຍໂຄສະນາທຸລະກິດ ແລະ ເພີ່ມຈຳນວນລູກຄ້າໃຫ້ກັບຮ້ານ
– ໄດ້ຮັບອຸປະກອນໂຄສະນາຟຣີ ຈາກທາງ ຢູນີເທວ
– ໄດ້ຮັບການຝຶກອົບຮົມ ແລະ ຄຳປຶກສາ
– ໄດ້ຮັບໂບນັດ ແລະ ຜົນປະໂຫຍດອື່ນໆ ຕາມນະໂຍບາຍຂອງບໍລິສັດ
