ຂໍ້ມູນ ທີ່ຈະເປັນ ຈຸດບໍລິການ (ຈຸດບໍລິການ ຢູມັນນີ)
ຂໍ້ມູນເພື່ອເປັນຈຸດ ບໍລິການ umoney ທ່ານຈະຕ້ອງມີທີ່ຕັ້ງທຸລະກິດທີ່ໝັ້ນຄົງ ຢູ່ແຄມທາງໃຫຍ່ ຫຼື ເຂດຊຸມຊົນ ເຊັ່ນ: ຕະຫຼາດ, ໂຮງງານ, ມະຫາວິທະຍາໄລ ແລະ ບ່ອນຄ້າຂາຍອື່ນໆ. ທ່ານບໍ່ຈຳເປັນຕ້ອງມີທຸລະກິດໃຫຍ່ ໂດຍສາມາດເປັນຮ້ານຄ້າ, ຮ້ານແລກປ່ຽນເງິນ ຫຼື ຮ້ານມືຖືໄດ້ ວິທີການເປັນຮ້ານຕົວແທນ umoney ທ່ານສາມາດເປັນຮ້ານຕົວແທນ umoney ໄດ້ ດ້ວຍຂັ້ນຕອນງ່າຍດາຍ ໂດຍເຂົ້າໄປຫາໜ່ວຍບໍລິການຢູນີເທວ ຫຼື ຕິດຕໍ່ຫາຕົວແທນຂອງ ຢູມັນນີ ໃນເຂດໃກ້ບ້ານຂອງທ່ານ ພ້ອມກັບຈັດເຕັມເອກະສານດັ່ງນີ້: – ທະບຽນທຸລະກິດ (ຍັງບໍ່ໝົດອາຍຸ)– ລະຫັດໃບເສຍພັນທະອາກອນ– ສຳເນົາບັດປະຈຳຕົວ– ຕື່ມຂໍ້ມູນໃບຮັບສະໝັກ ຮ້ານຕົວແທນ– ຕື່ມຂໍ້ມູນໃສ່ສັນຍາ ຮ້ານຕົວແທນ ຜົນປະໂຫຍດຈາກການເປັນຈຸດ ບໍລິການ umoney – ໄດ້ຮັບຄ່າຕອບແທນ ສຳລັບແຕ່ລະທຸລະກຳທີ່ດຳເນີນ– ສາມາດສົ່ງເງິນໄດ້ທົ່ວປະເທດລາວ– ຊ່ວຍໂຄສະນາທຸລະກິດ ແລະ ເພີ່ມຈຳນວນລູກຄ້າໃຫ້ກັບຮ້ານ– ໄດ້ຮັບອຸປະກອນໂຄສະນາຟຣີ ຈາກທາງ ຢູນີເທວ– ໄດ້ຮັບການຝຶກອົບຮົມ ແລະ ຄຳປຶກສາ–…
